THECI ເຂົ້າຮ່ວມກອງປະຊຸມສຳມະນາທີ່ໂຮງໝໍມະໂຫສົດ 

THECI ເຂົ້າຮ່ວມກອງປະຊຸມສຳມະນາທີ່ໂຮງໝໍມະໂຫສົດ 

theCi ຮູ້ສຶກເປັນກຽດທີ່ໄດ້ເຂົ້າຮ່ວມກອງປະຊຸມສຳມະນາສະເພາະຫົວຂໍ້ກ່ຽວກັບການດູແລສຸຂະພາບຊ່ອງປາກ
ທີ່ໂຮງໝໍມະໂຫສົດ, ນະຄອນຫຼວງວຽງຈັນ – ສປປ ລາວ. ໂຮງໝໍມະໂຫສົດເປັນໂຮງໝໍທີ່ໃຫຍ່ທີ່ສຸດ ແລະ ມີຊື່ສຽງທີ່ສຸດໃນລາວ, ເຊິ່ງລວມເອົາທີມແພດໝໍທີ່ມີປະສົບການ ແລະ ລະບົບອຸປະກອນທີ່ທັນສະໄໝ. ກອງປະຊຸມໄດ້ຈັດຂຶ້ນເພື່ອແລກປ່ຽນຄວາມຮູ້, ອັບເດດແນວໂນ້ມໃໝ່ໆໃນວຽກງານການດູແລ ແລະ ປິ່ນປົວທາງດ້ານທັນຕະກຳ, ພ້ອມທັງສົ່ງເສີມການຮ່ວມມືລະຫວ່າງອົງການຈັດຕັ້ງ, ທຸລະກິດ ແລະ ຜູ້ຊ່ຽວຊານທາງການແພດ. ງານດັ່ງກ່າວມີຜູ້ເຂົ້າຮ່ວມຈາກ:

  • ຜູ້ຕາງໜ້າຈາກກະຊວງສາທາລະນະສຸກລາວ
  • ແພດໝໍສະເພາະທາງດ້ານທັນຕະກຳ,ຊ່ອງປາກ ແລະ ໃບໜ້າ
  • ວິສາຫະກິດ ແລະ ເເບຣນ ໃນອຸດສາຫະກຳການດູແລສຸຂະພາບ

ໃນງານສຳມະນາ, theCi ໄດ້ແບ່ງປັນກ່ຽວກັບວິທີແກ້ໄຂການດູແລສຸຂະພາບຊ່ອງປາກແບບຄົບວົງຈອນສຳລັບເດັກນ້ອຍ, ລວມທັງ:

  • ຢາຖູແຂ້ວທີ່ປອດໄພ ແລະ ອ່ອນໂຍນສຳລັບເດັກນ້ອຍ
  • ສະເປຣສີດສຳລັບຊ່ອງປາກທີ່ຊ່ວຍອະນາໄມ ແລະ ປ້ອງກັນແຂ້ວແມງ
  • ກິດຈະກຳການສຶກສາເພື່ອສ້າງນິໄສການດູແລແຂ້ວແຕ່ຫົວທີ

ການເຂົ້າຮ່ວມງານທີ່ໂຮງໝໍມະໂຫສົດໄດ້ນຳເອົາຄຸນຄ່າທີ່ສຳຄັນຫຼາຍຢ່າງມາໃຫ້ theCi:

  • ຢືນຢັນຊື່ສຽງຂອງເເບຣນເມື່ອໄດ້ຮ່ວມມືກັບໂຮງໝໍທີ່ໃຫຍ່ທີ່ສຸດຂອງປະເທດ.
  • ເຂົ້າເຖິງເຄືອຂ່າຍຜູ້ຊ່ຽວຊານທາງການແພດ ເພື່ອຍົກສູງຄວາມຮູ້ຄວາມສາມາດສະເພາະທາງ ແລະ ຄຸນນະພາບຂອງຜະລິດຕະພັນ.
  • ສ້າງພື້ນຖານການຮ່ວມມືສຳລັບໂຄງການກວດສຸຂະພາບ ແລະໃຫ້ຄຳປຶກສາດ້ານສຸຂະພາບຊ່ອງປາກໃນຊຸມຊົນ.

ງານສຳມະນາທີ່ໂຮງໝໍມະໂຫສົດຍັງສືບຕໍ່ເປັນບາດກ້າວສຳຄັນໃນການຂະຫຍາຍກິດຈະການຂອງ TheCi ໃນຕະຫຼາດລາວ, ພ້ອມທັງສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາໄລຍະຍາວໃນການຮ່ວມມືກັບຂະແໜງສາທາລະນະສຸກທ້ອງຖິ່ນເພື່ອ
ຜົນປະໂຫຍດຂອງຊຸມຊົນ

.

3
Useful information
Buy online, nationwide delivery

Free shipping when buying 2 or more products. Order now!

Test content EN

This is test content EN