THECI ຮ່ວມມືກັບກິດຈະກຳກວດແຂ້ວຟຣີທີ່ໂຮງຮຽນ STEADFAST – ເບິ່ງແຍງຮອຍຍິ້ມຂອງເດັກນ້ອຍລາວ

 ພາຍໃນໂຄງການພັກຮຽນລະດູຮ້ອນປີ 2025, TheCi ໄດ້ຮ່ວມມືກັບຜູ້ຊ່ຽວຊານດ້ານທັນຕະກຳ ທີ່ນະຄອນຫຼວງວຽງຈັນ, ສປປ ລາວ, ຈັດກິດຈະກຳກວດແຂ້ວຟຣີໃຫ້ນັກຮຽນໂຮງຮຽນ Steadfast. ນີ້ແມ່ນສ່ວນໜຶ່ງຂອງກິດຈະກຳເພື່ອສັງຄົມທີ່ TheCi ຕັ້ງໃຈປະຕິບັດມາໂດຍຕະຫຼອດ, ດ້ວຍເປົ້າໝາຍເພື່ອຍົກສູງຄວາມຮັບຮູ້ໃນການດູແລສຸຂະພາບຊ່ອງປາກຂອງເດັກນ້ອຍ.
ການກວດສຸຂະພາບຊ່ອງປາກ ໄດ້ຈັດຂຶ້ນພາຍໃຕ້ບັນຍາກາດທີ່ມ່ວນຊື່ນ ແລະ ເປັນກັນເອງ, ໄດ້ດຶງດູດນັກຮຽນ ແລະ ຜູ້ປົກຄອງຫຼາຍຮ້ອຍຄົນເຂົ້າຮ່ວມ. ນ້ອງໆ ໄດ້ຮັບການກວດສຸຂະພາບຊ່ອງປາກແບບຄົບຖ້ວນຈາກທີມທັນຕະແພດ ແລະ ອາສາສະໝັກ, ຕັ້ງແຕ່ສະພາບຂອງສານເຄືອບແຂ້ວ, ເຫງືອກ, ແຂ້ວແມງ ຈົນເຖິງນິໄສການອະນາໄມຊ່ອງປາກປະຈຳວັນ. ໂດຍສະເພາະ, ແຕ່ລະຄົນຍັງໄດ້ຮັບຄຳແນະນຳໂດຍສະເພາະກ່ຽວກັບວິທີຖູແຂ້ວທີ່ຖືກຕ້ອງ, ເວລາທີ່ເໝາະສົມໃນການອະນາໄມຊ່ອງປາກ ແລະ ອາຫານທີ່ຄວນຫຼີກລ້ຽງເພື່ອຮັກສາຮອຍຍິ້ມທີ່ສວຍງາມ ແລະ ມີສຸຂະພາບດີ. ຄຽງຄູ່ກັບກິດຈະກຳກວດສຸຂະພາບ, TheCi ຍັງໄດ້ຈັດການທົດລອງປະສົບການຂອງຜະລິດຕະພັນ ໂດຍມີສິນຄ້າກຸ່ມຢາຖູແຂ້ວ ແລະ ສະເປຣສີດອະນາໄມຊ່ອງປາກສຳລັບເດັກນ້ອຍ. ນ້ອງໆ ບໍ່ພຽງແຕ່ໄດ້ຮູ້ຈັກກັບຜະລິດຕະພັນເທົ່ານັ້ນ, ແຕ່ຍັງໄດ້ຮັບການແນະນຳວິທີໃຊ້ໂດຍກົງ, ເຮັດໃຫ້ເກີດຄວາມສົນໃຈ ແລະ ສ້າງນິໄສທີ່ດີແຕ່ຫົວທີ. ບັນດາຜູ້ປົກຄອງທີ່ເຂົ້າຮ່ວມງານໄດ້ຕີລາຄາສູງຕໍ່ຄຸນນະພາບຂອງຜະລິດຕະພັນ TheCi – ວ່າປອດໄພ, ອ່ອນໂຍນ ແລະ ໄດ້ຮັບການແນະນຳຈາກຜູ້ຊ່ຽວຊານດ້ານເດັກ.

ຜູ້ຕາງໜ້າຂອງ theCi ໄດ້ແບ່ງປັນກ່ຽວກັບໂຄງການວ່າ: 

“ພວກເຮົາເຊື່ອວ່າ, ສຸຂະພາບແຂ້ວທີ່ແຂງແຮງເປັນພື້ນຖານສຳລັບການພັດທະນາຮອບດ້ານຂອງເດັກນ້ອຍ. ກິດຈະກຳກວດແຂ້ວຟຣີບໍ່ພຽງແຕ່ຊ່ວຍກວດພົບບັນຫາ່ທາງຊ່ອງປາກຕັ້ງແຕ່ຫົວທີ ແຕ່ຍັງປະກອບສ່ວນສ້າງຄວາມຮັບຮູ້ໃນການດູແລສຸຂະພາບຊ່ອງປາກທີ່ຖືກຕ້ອງໃຫ້ແກ່ນ້ອງໆ ຕັ້ງແຕ່ຍັງນ້ອຍ.” 

ການເລືອກໂຮງຮຽນ Steadfast – ເຊິ່ງເປັນໂຮງຮຽນທີ່ມີນັກຮຽນຈຳນວນຫຼວງຫຼາຍໃນຫຼາຍຊ່ວງອາຍຸ – ເປັນບາດກ້າວທາງຍຸດທະສາດ, ເພາະໂຮງຮຽນແຫ່ງນີ້ມີນ້ອງໆ ທີ່ມີສະພາບແວດລ້ອມ ແລະ ຄວາມຕ້ອງການການດູແລສຸຂະພາບທີ່ແຕກຕ່າງກັນ. ສິ່ງນີ້ຊ່ວຍໃຫ້ TheCi ແລະ ທີມທັນຕະແພດເຂົ້າເຖິງສະຖານະການທີ່ຫຼາກຫຼາຍ, ແລະ ສາມາດສະໜອງວິທີແກ້ໄຂທີ່ເໝາະສົມ ແລະ ມີປະສິດທິພາບ. ເມື່ອສິ້ນສຸດການກວດສຸຂະພາບ, ນັກຮຽນແຕ່ລະຄົນໄດ້ຮັບຂອງຂວັນການດູແລສຸຂະພາບຊ່ອງປາກຈາກ TheCi ເປັນການໃຫ້ກຳລັງໃຈ ແລະ ຊຸກຍູ້ໃຫ້ນ້ອງໆ ຮັກສານິໄສການອະນາໄມຊ່ອງປາກທຸກໆມື້. ກິດຈະກຳທີ່ໂຮງຮຽນ Steadfast ໄດ້ຢືນຢັນພາລະກິດຂອງ theCi ອີກເທື່ອໜຶ່ງ – ບໍ່ພຽງແຕ່ເປັນເເບຣນທີ່ສະໜອງຜະລິດຕະພັນດູແລສຸຂະພາບຊ່ອງປາກ
ທີ່ມີຄຸນນະພາບເທົ່ານັ້ນ, ແຕ່ຍັງເປັນເພື່ອນຮ່ວມເດີນທາງໃນການສ້າງຮອຍຍິ້ມທີ່ມີສຸຂະພາບດີໃຫ້ແກ່ເດັກນ້ອຍລາວ ແລະ ໃນພາກພື້ນອາຊີຕາເວັນອອກສຽງໃຕ້.

3
Useful information
Buy online, nationwide delivery

Free shipping when buying 2 or more products. Order now!

Test content EN

This is test content EN